SBS Lao-logo

SBS Lao

SBS (Australia)

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Location:

Sydney, NSW

Description:

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Language:

Multilingual

Contact:

SBS Radio Sydney Locked Bag 028 Crows Nest NSW 1585 Australia (02) 9430 2828


Episodes
Ask host to enable sharing for playback control

ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ

7/23/2024
ການສໍາຫຼວດ ສະແດງໃຫ້ເຫັນວ່າ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ອາດພາໃຫ້ຄົນຫນຸ່ມ ດື່ມເຫລົ້າໃນພາຍຫຼັງ. ນອກນັ້ນ ຍັງມີລາຍງານວ່າ ຫຼາຍກວ່າ ຫນຶ່ງສ່ວນສາມ ຂອງຊາວຫນຸ່ມ ໄດ້ດື່ມເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ, ໂດຍສ່ວນໃຫຍ່ ຍອມຮັບວ່າ ມັນເບິ່ງຄືວ່າ ຫນ້າສົນໃຈ.

Duration:00:08:34

Ask host to enable sharing for playback control

ການລ່ວງລະເມີດຜູ້ສູງອາຍຸ ໃນອອສເຕຣເລັຍ

7/23/2024
ສິບຫົກເປີເຊັນ, ຫລືຫນຶ່ງໃນຫົກຄົນ ຂອງຊາວອອສເຕຣເລັຍ, ມີອາຍຸ 65 ປີຂຶ້ນໄປ-ແລະຫລາຍກວ່າເຄິ່ງຫນຶ່ງ ຂອງກຸ່ມນັ້ນ ແມ່ນຜູ້ຍິງ. ແຕ່ມີຫຼັກຖານທີ່ຫນ້າວິຕົກໃຈຫລາຍເພີ່ມຂຶ້ນວ່າ ຜູ້ສູງອາຍຸຫຼາຍຄົນ ກໍາລັງຖືກລ່ວງລະເມີດ. ການລ່ວງລະເມີດຜູ້ສູງອາຍຸ ອາດກ່ຽວຂ້ອງກັບການທໍາຮ້າຍທາງຮ່າງກາຍ, ທາງຈິດໃຈ, ທາງເພດ ແລະທາງອາຣົມພ້ອມທັງການລ່ວງລະເມີດທາງການເງິນ ແລະການລະເລີຍ.

Duration:00:08:59

Ask host to enable sharing for playback control

ພາວະຕິດເຊື້ອ (Sepsis) ໃນອອສເຕຣເລັຍ.

7/23/2024
ເຖິງແມ່ນວ່າ ມັນອາດເປັນອັນຕະຣາຍເຖິງຕາຍສໍາລັບຫຼາຍຄົນ, ແຕ່ເມື່ອຜູ້ຄົນກ່າວເຖິງພາວະຕິດເຊື້ອ (Sepsis), ພວກເຂົາອາດຮູ້ວ່າພວກເຂົາເຈົ້າກໍາລັງກ່າວເຖິງໂຣກ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ, ແຕ່ໃນການສົນທະນາສ່ວນໃຫຍ່ ກໍບໍ່ຮູ້ຫຼາຍກ່ຽວກັບໂຣກນັ້ນ. ແມ່ນແຕ່ຜູ້ຊ່ຽວຊານດ້ານການແພດ ກໍຍັງໃຊ້ເວລາດົນນານ ໃນການວິນິດສັຍໂຣກນີ້ ໃນຄົນເຈັບຢ່າງຖືກຕ້ອງ.

Duration:00:09:25

Ask host to enable sharing for playback control

ຫຼ້າສຸດກ່ຽວກັບໄຂ້ຫວັດນົກ

7/23/2024
ໄຂ້ຫວັດນົກ ເຮັດໃຫ້ອອສເຕຣເລັຍ ມີຄວາມວິຕົກ ເນື່ອງຈາກການຂາດແຄນໄຂ່ ແລະການລະບາດ ທີ່ກໍາລັງແຜ່ກະຈາຍ ໄປທົ່ວຟາມໃນອອສເຕຣເລັຍ. ສູນກຽມຄວາມພ້ອມດ້ານໂຣກ ແຫ່ງອອສເຕຣເລັຍ (The Australian Centre for Disease Preparedness-ACDP), ໄດ້ຢູ່ໃນລະດັບແນວໜ້າ ຂອງການທົດສອບ ແລະການຄົ້ນຄວ້າ ກ່ຽວກັບໄຂ້ຫວັດນົກ.

Duration:00:08:40

Ask host to enable sharing for playback control

What is road rage and how to deal with it? - ຄວາມໂມໂຫທາງຖນົນແມ່ນຫຍັງ ແລະຮັບມືກັບມັນແນວໃດ?

7/15/2024
Aggressive driving is a continuum of bad driving behaviours which increase crash risk and can escalate to road rage. People who engage in road rage may be liable for traffic offences in Australia, have their car insurance impacted and most importantly put their lives and those of others at risk. Learn about the expectations around safe, responsible driving and what to do when you or a loved one are involved in a road rage incident. - ການຂັບຣົດຢ່າງຮຸນແຮງ ເປັນພຶດຕິກັມ ການຂັບຣົດ ທີ່ບໍ່ດີຢ່າງຕໍ່ເນື່ອງ ຊຶ່ງເພີ່ມຄວາມສ່ຽງ ຂອງອຸບັດເຫດ ແລະສາມາດ ເພີ່ມຄວາມໂມໂຫ ໃນທາງຖນົນໄດ້. ຄົນທີ່ມີສ່ວນຮ່ວມ ໃນຄວາມໂມໂຫທາງຣົດ ອາດຈະມີຄວາມຮັບຜິດຕໍ່ການຈະຣາຈອນ ໃນອອສເຕຣເລັຍ, ມີຜົນກະທົບ ຕໍ່ປະກັນພັຍຣົດຂອງເຂົາເຈົ້າ ແລະສໍາຄັນທີ່ສຸດ ເຮັດໃຫ້ຊີວິດຂອງເຂົາເຈົ້າ ແລະຂອງຜູ້ອື່ນ ມີຄວາມສ່ຽງ. ຮຽນຮູ້ ກ່ຽວກັບຄວາມຄາດຫວັງ ກ່ຽວກັບການຂັບຂີ່ ທີ່ປອດພັຍ, ມີຄວາມຮັບຜິດຊອບ ແລະສິ່ງທີ່ຄວນເຮັດ ເມື່ອທ່ານ ຫຼືຄົນທີ່ທ່ານຮັກ ມີສ່ວນກ່ຽວຂ້ອງກັບເຫດການ ຄວາມໂມໂຫທາງຖນົນ.

Duration:00:12:17

Ask host to enable sharing for playback control

ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care)

7/15/2024
ອີງຕາມສະຖິຕິສໍາມະໂນຄົວ ຂອງສຳນັກງານ ສະຖິຕິອອສເຕຣເລັຍປີ 2016, 37 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍ ນັ້ນເກີດຢູ່ຕ່າງປະເທດ, ຫຼື 1.2 ລ້ານຄົນ, ແລະຫນຶ່ງໃນຫົກຄົນ ທີ່ມີອາຍຸສູງ ຂອງອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ເຮືອນ.ດ້ວຍການປ່ຽນແປງ ຂອງປະຊາກອນນີ້ ໄດ້ມີຄວາມຈໍາເປັນ ທີ່ຈະຕ້ອງປັບແປງ ການບໍຣິການດູແລ ຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຂອງອອສເຕຣເລັຍ.

Duration:00:09:00

Ask host to enable sharing for playback control

ສິລປິນ ຊາວ First Nations ໃນຊ່ວງ NAIDOC Week

7/15/2024
ບັນດາສິລປິນ First Nations ຈາກເມືອງ ແລະປະເທດຝັ່ງທະເລອື່ນໆ ກໍາລັງສະແດງຜົນງານຂອງເຂົາເຈົ້າ ແລະນໍາໃຊ້ສິລປະ ແລະວັດທະນາທັມ ຂອງເຂົາເຈົ້າ ເພື່ອເວົ້າເຖິງສິ່ງແວດລ້ອມ ທີ່ ເມືອງ Ceduna ຢູ່ແຄມຝັ່ງອ່າວ Murat ແຄມຝັ່ງທະເລ ທາງທິດຕາເວັນຕົກ ຂອງແຫຼມ Eyre ໃນ South Australia.

Duration:00:05:31

Ask host to enable sharing for playback control

ຄວາມປອດພັຍໃນເຮືອນໃນລະດູໜາວ

7/8/2024
ໃນຊ່ວງລະດູໜາວ, ນອກຈາກຄວາມສ່ຽງຈາກອັກຄີພັຍແລ້ວ ຍັງມີຄວາມສ່ຽງຈາກແກັສ Carbon monoxide ນຳອີກ. ຜູ້ຊ່ຽວຊານໃຫ້ຄຳແນະນຳກ່ຽວກັບຄວາມປອດພັຍຕ່າງໆ.

Duration:00:05:26

Ask host to enable sharing for playback control

How to lodge your tax return in Australia - ວິທີຍື່ນການເສັຍພາສີຂອງທ່ານ ໃນອອສເຕຣເລັຍ

7/8/2024
In Australia, 30 June marks the end of the financial year and the start of tax time. Knowing your obligations and rebates you qualify for, helps avoid financial penalties and mistakes. Learn what to do if you received family support payments, worked from home, are lodging a tax return for the first time, or need free independent advice. - ໃນອອສເຕຣເລັຍ, ວັນທີ 30 ມິຖຸນາ ຫມາຍເຖິງການສິ້ນສຸດຂອງສົກປີການເງິນ ແລະການເລີ່ມຕົ້ນ ເວລາການເສັຍພາສີ. ການຮູ້ພັນທະ ແລະການຊໍາລະຄືນເງິນ ທີ່ທ່ານມີສິດໄດ້ຮັບ ຈະຊ່ວຍຫຼີກເວັ້ນ ຄວາມຜິດພາດ ແລະການຖືກປັບໄໝ. ຮູ້ວິທີ ທີ່ຄວນເຮັດ ຖ້າທ່ານໄດ້ຮັບເງິນຊ່ວຍເຫຼືອຄອບຄົວ, ເຮັດວຽກຢູ່ເຮືອນ, ຍື່ນເລື້ອງເສັຍພາສີເປັນຄັ້ງທໍາອິດ, ຫຼືຕ້ອງການຄໍາແນະນໍາ ທີ່ເປັນອິດສຣະໂດຍບໍ່ເສັຍຄ່າ.

Duration:00:11:41

Ask host to enable sharing for playback control

ລາງວັນ NATIONAL NAIDOC Week 2024

7/8/2024
The NATIONAL NAIDOC Week Awards ເປັນກິດຈະກັມ ປະຈຳປີທີ່ໃຫຍ່ທີ່ສຸດ ໃນປະຕິທິນ ສໍາລັບຊາວ Aboriginal ແລະ Torres Strait Islander, ລາງວັນນີ້ ໄດ້ຍ້ອງຍໍ ຜູ້ບຸກເບີກຊາວພື້ນເມືອງ ທີ່ມີສ່ວນ ໃນການປ່ຽນແປງຊີວິດ ແກ່ຊຸມຊົນຂອງເຂົາເຈົ້າ ແລະໃນປີນີ້ ໄດ້ຖືກຈັດຂຶ້ນທີ່ Adelaide. ສຳລັບປີໜ້າ, ພິທີມອບລາງວັນນີ້ ຈະຈັດຂຶ້ນທີ່ Perth, Western Australia.

Duration:00:07:34

Ask host to enable sharing for playback control

ການແຊກແຊງຈາກຕ່າງປະເທດ ໃນອອສເຕຣເລັຍ

7/8/2024
ແຫລ່ງຂ່າວ ລະດັບສູງຂອງຣັຖບານ ໄດ້ບອກກັບ SBS ເຖິງແຜນການຂອງການແຊກແຊງ ຈາກຕ່າງປະເທດ ທີ່ຈະແນເປົ້າຫມາຍ ໃສ່ພວກນັກເຄື່ອນໄຫວ ພາຍໃນຊຸມຊົນຫຼາຍວັດທະນະທັມ, ແຊກຊຶມເຂົ້າໄປໃນສະຖາບັນ ແລະຮັບເຕັກໂນໂລຊີລັບ. ແຕ່ທັງຣັຖບານ ແລະຝ່າຍຄ້ານກໍມີມາດຕະການໃໝ່ ໃນການປາບປາມພວກສາຍລັບ ຈາກຕ່າງປະເທດ.

Duration:00:05:54

Ask host to enable sharing for playback control

ລາຍງານໃຫມ່ ກ່ຽວກັບວິກິດການຂອງໂຣກເບົາຫວານ

7/2/2024
ລາຍງານສະບັບໃຫມ່ຂອງ Diabetes Australia ໄດ້ເຕືອນກ່ຽວກັບວິກິດການຂອງໂຣກເບົາຫວານ ຂອງຊາດ, ໂດຍຮຽກຮ້ອງໃຫ້ມີການເຂົ້າເຖິງຢາຫຼຸດນໍ້າຫນັກໄດ້ດີຂຶ້ນ ແລະ ເກັບພາສີ ຕໍ່ນ້ຳດື່ມທີ່ມີນ້ຳຕານ ແຕ່ຜູ້ທີ່ຈະເສັຍຜົນປໂຍດກໍຄັດຄ້ານໃນເລື້ອງນີ້.

Duration:00:07:13

Ask host to enable sharing for playback control

How to recycle electronic items and batteries in Australia - ວິທີການຫມູນໃຊ້ເຄື່ອງເອເລັກໂຕຣນິກ ແລະແບັດເຕີຣີໃນອອສເຕຣເລັຍ

7/2/2024
Many common household items such as mobile phones, TVs, computers, chargers, and other electronic devices, including their batteries, contain valuable materials that can be repurposed for new products. Electronic items we no longer use, or need are considered e-waste. Across Australia, there are government-backed programs available that facilitate the safe disposal and recycling of e-waste at no cost. - ຂອງໃຊ້ທົ່ວໄປ ໃນຄົວເຮືອນຫຼາຍຊະນິດ ເຊັ່ນ: ໂທລະສັບມືຖື, ໂທລະທັດ, ຄອມພິວເຕີ, ເຄື່ອງໃຊ້ ແລະອຸປະກອນເອເລັກໂຕຣນິກອື່ນໆ, ລວມທັງ ແບັດເຕີຣີຂອງພວກເຂົາ, ມີວັດຖຸມີຄ່າ ທີ່ສາມາດນຳກັບມາໃຊ້ໃໝ່ (Repurpose) ສໍາລັບຜລິດຕະພັນໃຫມ່. ເຄື່ອງເອເລັກໂຕຣນິກ ທີ່ເຮົາບໍ່ໄດ້ໃຊ້ ຫຼືຕ້ອງການອີກຕໍ່ໄປ, ແມ່ນຖືວ່າ ເປັນສິ່ງເສດເຫຼືອ ທາງອີເລັກໂຕຣນິກ. ໃນທົ່ວອອສເຕຣເລັຍ, ມີໂຄງການ ຂອງຣັຖບານ ທີ່ຈະອໍານວຍຄວາມສະດວກ ໃຫ້ແກ່ການກໍາຈັດ ແລະການນໍາໃຊ້ສິ່ງເສດເຫຼືອ ອີເລັກໂຕຣນິກ ທີ່ປອດພັຍໂດຍບໍ່ມີຄ່າໃຊ້ຈ່າຍ.

Duration:00:10:53

Ask host to enable sharing for playback control

ການປ່ຽນແປງຫຼັງວັນທີ 1 ກໍລະກົດ.

7/2/2024
ສໍາລັບຊາວອອສເຕຣເລັຍ ທີ່ດີ້ນລົນກັບຄ່າຄອງຊີບ, ຍັງມີຂ່າວທີ່ໜ້າຍິນດີັ ເພາະຫຼັງຈາກວັນທີ 1 ກໍລະກົດ ແມ່ນການເລີ່ມຕົ້ນ ຂອງສົກປີການເງິນໃຫມ່, ແລະມາດຕະການໃຫມ່ຫຼາຍຮູບແບບ ກໍຈະມີຜົນບັງຄັບໃຊ້ ເຊັ່ນ: ຄ່າໃຊ້ຈ່າຍພະລັງງານ, ສະຖານທີ່ສະແດງດົນຕີສົດ-ແລະບ່ອນທີ່ ທ່ານສາມາດຊື້ ກອກຢາໄຟຟ້າ (Vape) ໄດ້.

Duration:00:06:10

Ask host to enable sharing for playback control

ຜູ້ສຳເຣັດຣາຊການຄົນໃຫມ່ ຂອງອອສເຕຣເລັຍ

7/2/2024
Sam Mostyn ເປັນຜູ້ຍິງຄົນທີສອງ ທີ່ດໍາລົງຕໍາແຫນ່ງນີ້ ຊຶ່ງເປັນຕົວແທນຂອງສະຖາບັນກະສັດ ໃນອອສເຕຣເລັຍ. ທ່ານນາງ ໄດ້ເຮັດວຽກຮ່ວມກັບຣັຖບານ ໃນຖານະປະທານວຽກງານ ຄວາມສເມີພາບ ທາງດ້ານເສດຖະກິດ ຂອງແມ່ຍິງ ແລະເປັນທີ່ປຶກສາ ຂອງອະດີດນາຍົກຣັຖມົນຕີ, ທ່ານ Paul Keating. ຕາມປະເພນີແລ້ວ, ພື້ນຖານຂອງ Ms Mostyn ບໍ່ແມ່ນສໍາລັບບົດບາດນີ້.

Duration:00:06:35

Ask host to enable sharing for playback control

ກົດໝາຍໃໝ່ກ່ຽວກັບກອກຢາໄຟຟ້າ (Vapes)

6/26/2024
ໃນກົດໝາຍໃໝ່, ຜູ້ໃຫຍ່ຈະສາມາດຊື້ ກອກຢາໄຟຟ້າ (Vapes) ໄດ້ ຈາກຮ້ານຂາຍຢາ ໂດຍບໍ່ຕ້ອງມີໃບສັ່ງຢາ ຈາກນາຍແພດ, ຫຼັງຈາກພັກແຮງງານ ໄດ້ມີຂໍ້ຕົກລົງ ກັບພັກ Greens ແຕ່ກໍຍັງມີມາດຕະການ ທີ່ຈະບໍ່ໃຫ້ ຜລິດຕະພັນເຫຼົ່ານີ້ ໄປເຖິງມື ເຍົາວະຊົນ.

Duration:00:07:18

Ask host to enable sharing for playback control

ໂຄງການທີ່ຢູ່ອາສັຍໃໝ່ ຂອງ NSW ແລະ VIC

6/25/2024
ນາຍົກຣັຖມົນຕີ New South Wales, ທ່ານ Chris Minns ໄດ້ປະກາດແຜນການ ທີ່ຈະສ້າງເຮືອນໃຫ້ແກ່ພະນັກງານທີ່ຈໍາເປັນ ຂອງຣັຖບານຂອງຣັດ ໃນອັດຕາອຸດຫນູນ, ໃນຂນະທີ່ ທ່ານນາງ Jacinta Allanນາຍົກຣັຖມົນຕີ Victorian ໄດ້ຢືນຢັນວ່າ ເຮືອນໃຫມ່ຫຼາຍລ້ານຫຼັງ ຈະຖືກສ້າງຂຶ້ນ ໃນອີກບໍ່ຫຼາຍທົດສະວັດ.

Duration:00:08:54

Ask host to enable sharing for playback control

ປະຕິກິຣິຍາຂອງອົບພະຍົບຕໍ່ກົດໝາຍໃໝ່

6/25/2024
ກົດຫມາຍໃໝ່ ຈະບັງຄັບໃຫ້ຜູ້ທີ່ບໍ່ແມ່ນພົນລະເມືອງ ຫຼາຍຮ້ອຍຄົນ ທີ່ຖືກປະຕິເສດວີຊາ ໃຫ້ອອກຈາກອອສເຕຣເລັຍ ດ້ວຍຄວາມ ສມັກໃຈ-ຫຼືປະເຊີນກັບການຕິດຄຸກ. ບົດບັນຍັດອື່ນ ຈະໃຫ້ອໍານາດແກ່ຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ໃນການກຳໜົດ ປະເທດທີ່ບໍ່ຍອມຮັບພວກອົບພະຍົບ ທີ່ຖືກເນຣະເທດ ວ່າເປັນ 'ປະເທດທີ່ກ່ຽວຂ້ອງກັບການຍົກເລີກ'.

Duration:00:06:22

Ask host to enable sharing for playback control

ເຄືອຂ່າຍໂທຣະສັບມືຖື 3G ກໍາລັງຈະປິດລົງ

6/25/2024
ເຄືອຂ່າຍໂທຣະສັບມືຖື 3G ຂອງອອສເຕຣເລັຍ ກໍາລັງຈະປິດລົງໃນເດືອນຈະມາເຖິງນີ້ ຊຶ່ງຫມາຍຄວາມວ່າ ຜູ້ຄົນຈະຕ້ອງໃຊ້ເຄືອຂ່າຍ 4Gຫຼື 5G ໃນຂນະທີ່ ຍັງມີຊາວອອສເຕຣເລັຍເຖິງ 530,000 ຄົນ ຍັງໃຊ້ອຸປະກອນທີ່ເຂົ້າກັນບໍ່ໄດ້ ກັບເຄືອຂ່າຍໃຫມ່ຢູ່.

Duration:00:07:22

Ask host to enable sharing for playback control

ສຳພາດ ອົບພະຍົບລາວ

6/18/2024
ສຳພາດ ອົບພະຍົບລາວ ໃນ ອອສເຕຣເລັຍ ເນື່ອງໃນສັບປະດາ ຜູ້ອົບພະຍົບ.

Duration:00:19:02